2ເມືອງຂອງແຂວງຈຳປາສັກ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ
2010-2011 ທີ່ຜ່ານມາ, ໃນວັນທີ 25-27 ມັງກອນນີ້, ອົງການກາແດງລາວ ໄດ້ນຳເອົາເຂົ້າສານ-ອາຫານແຫ້ງໄປຊ່ວຍເຫລືອປະຊາຊົນ
ທີ່ໄດ້ຮັບຜົນກະທົບຢູ່ 9 ບ້ານ, 2 ເມືອງຂອງແຂວງຈຳປາສັກ ເຊິ່ງນຳໂດຍທ່ານ ດຣ. ສະນີວຸຣັຊ ສຣະມະນີ ປະທານອົງການກາແດງ
ລາວ ທັງເປັນຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ພ້ອມຄະນະ, ມີຕາງໜ້າກາແດງແຂວງ, ທ່ານຮອງເຈົ້າເມືອງ
ທັງສອງເມືອງ ແລະ ປະຊາຊົນທັງສອງບ້ານເຂົ້າຮ່ວມ.
ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການກາແດງປະເທດສິງກະໂປ ເພື່ອນຳມາແຈກຢາຍໃຫ້ປະຊາຊົນ
ໃນ 2 ເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງສຸຂຸມາ ເຊິ່ງຈະໄດ້ແຈກຢາຍເຄື່ອງຢູ່ 1 ຈຸດ (4 ບ້ານ) ຄື: ບ້ານບຸ່ງແກ້ວ, ບ້ານຫ້ວຍແຫ່ເໜືອ,
ບ້ານທ່າແສງ, ບ້ານດົງຫົວບ້ານ, ມີ 299 ຄອບຄົວ 1.985 ຄົນ, ສະເພາະເມືອງປະທຸມພອນມີ 2 ຈຸດ (5 ບ້ານ) ຄື: ບ້ານປາກຕວຍ,
ບ້ານເບືອຍດ້າວ, ບ້ານຄອນນ້ອຍ, ບ້ານບຸ່ງຄຳ, ບ້ານໂຕະໂໝະທ່າ, ມີ 328 ຄອບຄົວ, 2.027 ຄົນ, ເຊິ່ງແຕ່ລະຄອບຄົວຈະໄດ້ຮັບເຂົ້າ
ສານໜຽວຄົນລະ 15 ກິໂລຕໍ່ຄົນ, ເກືອອີອົດ 5 ກິໂລຕໍ່ຄອບຄົວ, ລວມມູນຄ່າການຊ່ວຍເຫລືອທັງໝົດ 385.404.000 ກີບ, ໃຫ້ກຽດມອບ
ເຄື່ອງຊ່ວຍເຫລືອໃນຄັ້ງນີ້ໂດຍແມ່ນທ່ານ ດຣ. ສະນີວຸຣັຊ ສຣະມະນີ ປະທານອົງການກາແດງລາວ.
ຄວາມເສຍຫາຍຈາກໄພນ້ຳຖ້ວມໃນຄັ້ງນີ້, ສຳລັບເມືອງສຸຂຸມາມີ 24 ບ້ານໄດ້ຮັບຜົນກະທົບ, ມີເນື້ອທີ່ນາເສຍຫາຍ 1 ພັນກວ່າເຮັກຕາ,
ນອກນັ້ນມີເນື້ອທີ່ສວນ, ໜອງປາ, ຊົນລະປະທານ, ນ້ຳບາດານ, ເສັ້ນທາງເສຍຫາຍເປັນຈຳນວນຫລາຍ; ສຳລັບເມືອງປະທຸມພອນທົ່ວເມືອງ
ຖືກນ້ຳຖ້ວມ 32 ບ້ານ, ເນື້ອທີ່ນາເສຍຫາຍ 2 ພັນກວ່າເຮັກຕາ, ເນື້ອທີ່ສວນ 25 ເຮັກຕາ, ຊົນລະປະທານ 2 ແຫ່ງ, ປະຈຸບັນທາງເມືອງ
ໄດ້ມີແຜນການຟື້ນຟູຖະໜົນຫົນທາງ, ລວມເຖິງການຜະລິດເຂົ້າ ແລະ ປູກພືດລະດູແລ້ງໃຫ້ທັນກັບລະດູການ ເພື່ອຟື້ນຟູຊີວິດການເປັນຢູ່
ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
Last Updated (Tuesday, 31 January 2012 08:48)


