ດາວໂຫລດ
ຮູບພາບການເຄື່ອນໄຫວ
ເວລາປະຈຸບັນ

ຂ່າວເດັ່ນ

ແຂວງຈຳປາສັກໃຫ້ຄວາມສຳຄັນ ການປົກປັກຮັກສາແຫຼ່ງຍອດນ້ຳ

ຄະນະກຳມະການຄຸ້ມຄອງ-ປົກປັກຮັກສາແຫຼ່ງຍອດນ້ຳ ຫ້ອງການຊັບພະຍາກອນ ແລະ ສີ່ງແວດລ້ອມແຂວງຈຳປາສັກ ສົມທົບກັບເມືອງປາກຊ່ອງ ໄດ້ຮ່ວມກັນຈັດກອງປະຊຸມຄົ້ນຄ້ວາກຳນົດແຜນງານ, ກິດຈະກຳ ແລະ ຂັ້ນຕອນໃນການປະຕິບັດໂຄງການ ການຄຸ້ມຄອງປົກປັກຮັກສາແຫຼ່ງຍອດນ້ຳຢູ່ເມືອງປາກຊ່ອງ ແນໃສຮັກສາປະລິມານນ້ຳ ແລະ ລະບົບນິເວດໃຫ້ມີຄຸນນຸພາບດີ ເພື່ອເປັນທ່າແຮງໃຫ້ແກ່ການພັດທະນາ ດ້ານເສດຖະກິດ ຢູ່ພາຍໃນແຂວງ ກໍ່ຄື4ແຂວງພາກໃຕ້ຂອງລາວ. ເມື່ອບໍ່ດົນມານີ້ທີ່ຫ້ອງວ່າການປົກຄອງເມືອງປາກຊ່ອງ ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນມາກ ໄຊສົມເຜົ່າ ຮອງເຈົ້າເມືອງໆ ເມືອງປາກຊ່ອງ, ມີທ່ານ ແສງສຸລິວັນ ອິນທະຈັກ ຮອງຫົວໜ້າຫ້ອງການຊັບພະຍາກອນນ້ຳ-ສີ່ງແວດລ້ອມແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັກສາແຫຼ່ງນ້ຳແຕ່ລະສາຍໃຫ້ຄົງປະລິມານ ບໍ່ໃຫ້ມີຄວາມຂາດແຄນ ແລະ ເຂີນຕື້ນ ພ້ອມທັງຮັກສາໄວ້ລະບົບນິເວດ ທີ່ມີຄຸນນະພາບດີ ເພາະວ່າເມືອງປາກຊ່ອງເປັນ ເມືອງໜື່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ກໍ່ມີທ່າແຮງໃນການພັດທະນາເສດຖະກິດ ໃຫ້ແກ່ເມືອງກໍ່ຄືແຂວງ ໃນນັ້ນຍັງເປັນເຂດເມືອງທີ່ເປັນແຫຼ່ງຕົ້ນນ້ຳ ເພື່ອຫຼໍ່ລ້ຽງການດຳລົງຊີວິດ, ການກະສິກຳປູກຝັງ-ລ້ຽງສັດ, ການພັດທະນາດ້ານຕ່າງໆ ໃຫ້ແກ່ບັນດາ4ແຂວງພາກໃຕ້ຄື: ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈຳປາສັກຕື່ມອີກ.
 
Polls
Joomla! is used for?
 
ເຂົ້າໃຊ້ລະບົບ
Slideshow

Warning: array_multisort() [function.array-multisort]: Argument #1 is expected to be an array or a sort flag in /home/champasack/domains/champasack.gov.la/public_html/modules/mod_rokslideshow/helper.php on line 113
ຈຳນວນຜູ້ເຂົາຊົມ
We have 1 guest online