ດາວໂຫລດ
ຮູບພາບການເຄື່ອນໄຫວ
ເວລາປະຈຸບັນ

ຂ່າວເດັ່ນ

ພິທີພົບປະ-ຮ່ວມມື ລະຫວ່າງແຂວງຈຳປາສັກ ແລະ ສສ. ຫວຽດນາມ ຄັ້ງວັນທີ19 ກັນຍາ 2011

ກອງປະຊຸມພົບປະ ລະຫວ່າງຫ້ອງວ່າການປົກຄອງແຂວງຈຳປາສັກ ແລະ ສູນກໍ່ສ້າງທີ່ປຶກສາ ແລະ ຖ່າຍທອດເຕັກໂນໂລຊີ ສະຖາບັນວິ ທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສສ. ຫວຽດນາມ ໄດ້ຈັດຂື້ນໃນວັນທີ 19 ກັນຍາ 2011 ທີ່ຜ່ານມາ ໃນໂອກາດທີ່ຄະນະຜູ້ແທນ ສູນກໍ່ສ້າງທີ່ປຶກສາ ແລະ ຖ່າຍທອດເຕັກໂນໂລຊີ ສະຖາບັນວິ ທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສສ. ຫວຽດນາມ ເດີນທາງມາຢ້ຽມຢາມເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ.ເຂົ້າຮ່ວມເປັນປະທານ  ໃນກອງປະຊຸມດັ່ງກ່າວ ມີທ່ານ ບົວສອນ ວົງສອງຄອນ ເລຂາພັກແຂວງ ຮອງເຈົ້າແຂວງໆ ຈຳປາສັກ, ທ່ານ ຫງວຽນ ທັນ ໂຄຍ  ຜູ້ອຳນວຍການ ສູນກໍ່ສ້າງທີ່ປຶກສາ ແລະ ຖ່າຍທອດເຕັກໂນໂລຊີ ສະຖາບັນວິ ທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສສ. ຫວຽດນາມ.
ກອງປະຊຸມດັ່ງກ່າວໄດ້ມີການປຶກສາຫາລື ແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ ເພື່ອຊອກຊ່ອງທາງ ໃນການສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງສູນທີ່ປຶກສາ ແລະ ຖ່າຍທອດເຕັກໂນໂລຊີ ໃນອະນາຄົດ ແນໃສ່ປະກອບສ່ວນສຳລັບໃນການພັດທະນາເສດຖະກິດ-ສັງຄົມຂອງທັງສອງຝ່າຍ ໃຫ້ໜັກແໜ້ນເຂັ້ມແຂງ ກໍ່ຄືການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ. ການປຶກສາຫາລື, ລະຫວ່າງສູນກໍ່ສ້າງທີ່ປຶກສາ ແລະ ຖ່າຍທອດເຕັກໂນໂລຊີ ສະຖາບັນວິ ທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສສ. ຫວຽດນາມ ແລະ ຫ້ອງວ່າການປົກຄອງແຂວງ ຈຳປາສັກ ໃນຄັ້ງວັນທີ 19 ກັນຍາ 2011 ໄດ້ເປັນເອກະພາບກັນດັ່ງນີ້:
  1. ສູນກໍ່ສ້າງທີ່ປຶກສາ ແລະ ຖ່າຍທອດເຕັກໂນໂລຊີ ສະຖາບັນວິ ທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສສ. ຫວຽດນາມ ເຫັນດີເຊື້ອເຊີນຄະນະນຳຂອງແຂວງຈຳປາສັກ ແລະ ຫ້ອງວ່າການປົກ ຄອງແຂວງ ພ້ອມດ້ວຍພະນັກງານວິຊາການ ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນ ຢູ່ນະຄອນຮ່າໂນ້ຍ ໃນລະຫວ່າງເດືອນ ພະຈິກ 2011.
  2. ສູນກໍ່ສ້າງທີ່ປຶກສາ ແລະ ຖ່າຍທອດເຕັກໂນໂລຊີ ສະຖາບັນວິ ທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສສ. ຫວຽດນາມ ຕົກລົງມອບອຸປະກອນຄອມພິວເຕີ ຈຳນວນ 05 ຊຸດ ໃຫ້ແກ່ຫ້ອງວ່າ ການປົກຄອງແຂວງ ເພື່ອປະກອບເຂົ້າໃນການປະຕິບັດໜ້າທີ່ວຽກງານ ພາຍໃນຫ້ອງວ່າການປົກຄອງແຂວງ.
  3. ເຫັນດີຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ພະນັກງານວິຊາການຂອງຫ້ອງວ່າການປົກຄອງແຂວງຈຳປາສັກ ຈຳນວນ 02 ທຶນ ໃນໄລຍະຝຶກອົບຮົມ 03ເດືອນ ທີ່ນະຄອນຮ່າໂນ້ຍ ນັບແຕ່ ເດືອນພະຈິກ 2011 ເປັນຕົ້ນໄປ.

Last Updated (Wednesday, 28 September 2011 09:50)

 
Polls
Joomla! is used for?
 
ເຂົ້າໃຊ້ລະບົບ
Slideshow

Warning: array_multisort() [function.array-multisort]: Argument #1 is expected to be an array or a sort flag in /home/champasack/domains/champasack.gov.la/public_html/modules/mod_rokslideshow/helper.php on line 113
ຈຳນວນຜູ້ເຂົາຊົມ
We have 1 guest online