ດາວໂຫລດ
ຮູບພາບການເຄື່ອນໄຫວ
ເວລາປະຈຸບັນ

ຂ່າວເດັ່ນ

ແຂວງຈຳປາສັກ ນ້ຳຖ້ວມຮອບສອງ ເສຍຫາຍແລ້ວ 287 ຕື້ກວ່າກີບ

ແຂວງຈຳປາສັກ ປະສົບໄພພິບັດນ້ຳຖ້ວມຮອບສອງອັນໄດ້ສ້າງຄວາມເສຍຫາຍ ຕໍ່ຜົນຜະລິດກະສິກຳ, ເສັ້ນທາງ, ເຮືອນຊານຂອງປະຊາຊົນ ລວມມູນຄ່າ 287,838 ຕື້ກີບ, ຂະນະທີ່ຕ້ອງການທຶນຟື້ນຟູຫຼັງນ້ຳຖ້ວມ ຈຳນວນ 70 ກວ່າຕື້ກີບ.
ທ່ານ ຄຳແປງ ປ່ຽງວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງ, ຮອງປະທານຄຸ້ມຄອງໄພພິບັດຂັ້ນແຂວງໃຫ້ສຳພາດໃນວັນທີ 23 ກັນຍາ 2011ນີ້ວ່າ: ເນື່ອງຈາກຮ່ອງຄວາມກົດດັນອາກາດ ຕຳ່ ຫຼື ຮ່ອງນ້ຳຝົນລະດັບປານກາງ ແລະ ພາກໃຕ້ຂອງປະເທດ, ພ້ອມດຽວກັນນີ້ຄວາມກົດດັນສູງຂອງອາກາດ ຢູ່ປະເທດຈີນແຜ່ລົງມາປົກຄຸມເຂດພາກເໜືອ ຫາ ພາກກາງຈຶ່ງເຮັດໃຫ້ມີຝົນຕົກຟ້າຄະນອງຢູ່ ບາງທ້ອງຖີ່ນ ຂອງແຂວງພາກໃຕ້ ແລະ ພາໃຫ້ລະດັບນ້ຳຂອງສູງຂື້ນ ເລີ່ມແຕ່ວັນທີ 14 ກັນຍາ ຈົນມາເຖິ່ງວັນທີ 23 ກັນຍາ ສູງເຖິ່ງ 12,66 ແມັດ, ໝາຍວ່າກາຍລະດັບເຕືອນໄພ ເຮັດໃຫ້ເກີດມີໄພນ້ຳ ຖ້ວນເນື້ອທີ່ການຜະລິດ ແລະ ບ້ານເຮືອນປະຊາຊົນ ທີ່ຢູ່ລຽບຕາມແຄມແມ່ນ້ຳຂອງ, ນ້ຳເຊ, ນ້ຳຫ້ວຍຕ່າງໆ ຈຳນວນຫຼາຍ; ໃນນັ້ນເນື້ອທີ່ຜະລິດເຂົ້ານາປີຖືກຖ້ວມ 18,395 ເຮັກຕາ, ເນື້ອທີ່ຖືກເສຍຫາຍ 60% ຂື້ນໄປມີ 13,208 ເຮັກຕາ, ມູນຄ່າ 141,935 ຕື້ກີບ, ເນື້ອທີ່ສວນເສຍຫາຍ 448 ເຮັກຕາ, ມູນຄ່າ 2,240 ຕື້ກີບ, ຕະຫຼອດຮອດບັນດາສັດລ້ຽງ ປະເພດງົວ, ຄວາຍ, ສັດປີກ, ປາ, ຊັບສິນເຮືອນ ຊານ ແລະ ເສັ້ນທາງເປ້ເພເສຍຫາຍ66 ເສັ້ນ, ລວມມູນຄ່າເສຍຫາຍທັງໝົດ 287,838 ຕື້ກີບ, ຈຶ່ງເຮັດໃຫ້ປະຊາຊົນຂາດເຂົ້າກິນ ຈຳນວນ 3,442,930 ໂຕນ, ຄິດເປັນເງິນ 22,314 ຕື້ກີບ.

Last Updated (Wednesday, 28 September 2011 09:58)

 
Polls
Joomla! is used for?
 
ເຂົ້າໃຊ້ລະບົບ
Slideshow

Warning: array_multisort() [function.array-multisort]: Argument #1 is expected to be an array or a sort flag in /home/champasack/domains/champasack.gov.la/public_html/modules/mod_rokslideshow/helper.php on line 113
ຈຳນວນຜູ້ເຂົາຊົມ
We have 1 guest online