ຂໍ້ມູນຂອງແຂວງຈຳປາສັກ
ແຂວງຈຳປາສັກ ຕັ້ງຢູ່ພາກໃຕ້ສຸດ ຂອງ ສປປລາວ, ມີເນື້ອທີ່1.541.500ຮຕ, ປະກອບມີ10ເມືອງ, 639ບ້ານ, ມີພົນລະເມືອງ630.868ຄົນ, ຍິງ322.250ຄົນ ແລະ ມີເຂດແດນຕິດຈອດກັບ2ປະເທດ ແລະ 3ແຂວງຄື:
- ທິດເໜືອຕິດກັບແຂວງສາລະວັນ, ຍາວ140ກມ.
- ທິດໃຕ້ຕິດກັບຣາຊະອານາຈັກກຳປູເຈຍ, ຍາວ135ກມ.
- ທິດຕາເວັນອອກຕິດກັບແຂວງເຊກອງ ແລະ ອັດຕະປື, ຍາວ180ກມ.
- ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ, ຍາວ233ກມ.
ແຂວງຈຳປາສັກເປັນແຂວງໜື່ງ ທີ່ມີແມ່ນ້ຳຂອງໄຫຼຜ່ານ ແລະ ແບ່ງເນື້ອທີ່ອອກເປັນ2ຝັ່ງຄື: ຝັ່ງຕາເວັນອອກມີ 6ເມືອງ(ເມືອງຊະນະສົມບູນ, ບາຈຽງຈະເລີນສຸກ, ປາກເຊ, ປາກຊ່ອງ, ປະທຸມພອນ ແລະ ເມືອງໂຂງ), ຝັ່ງຕາເວັນຕົກມີ4ເມືອງ(ເມືອງໂພນທອງ, ຈຳປາສັກ, ສຸຂຸມາ ແລະ ເມືອງມຸນລະປະໂມກ).
ແຂວງຈຳປາສັກ ເປັນແຂວງໜື່ງຂອງປະເທດລາວ ຕັ້ງຢູ່ທາງພາກໃຕ້ສຸດຂອງປະເທດ ມີຊາຍແດນຕິດຈອດ ກັບປະເທດກຳປູເຈຍ ແລະ ປະເທດໄທ ມີເມືອງປາເຊເປັນເມືອງຫັຼກຂອງແຂວງ ແລະ ເປັນເມືອງໃຫ່ຍອັນ ດັບ3ຂອງລາວ (ຮອງຈາກເມືອງວຽງຈັນ ແລະ ເມືອງໄກສອນ ພົມວິຫານ ຖືເປັນສູນກາງການເມືອງ ການ ປົກຄອງ ແລະ ເສດຖະກິດ ລວມໄປເຖິ່ງການທ່ອງທ່ຽວຂອງລາວໃນພາກໃຕ້ ເປັນບໍລິເວນທີ່ມີຄວາມອຸດົມ ສົມບູນ ເນື່ອງຈາກມີແມ່ນ້ຳຂອງໄຫຼຜ່ານກາງ ແລະ ມີເກາະດອນ ແລະ ແກ້ງເປັນຈຳນວນຫຼວງຫຼາຍຈົນໄດ້ ຊື່ວ່າ: "ດິນແດນສີ່ພັນດອນ".
ພື້ນທີ່ແຂວງຈຳປາສັກ ໄດ້ແບ່ງອອກເປັນ2ເຂດຄື: ເຂດທົ່ງພຽງກວມ74%, ເຂດພູພຽງກວມ26%; ໃນນັ້ນ ໄດ້ແບ່ງເຂດກະສິກຳອອກເປັນ4ບໍລິເວນຄື:
- ເຂດພູພຽງບໍລິເວນກວມເອົາໝົດພື້ນທີ່ເມືອງປາກຊ່ອງ.
- ເຂດບໍລິເວນເຊື່ອມຕໍ່ລະຫວ່າງພູພຽງ ແລະ ທົ່ງພຽງ ເຊິ່ງກວມເອົາເມືອງບາຈຽງຈະເລີນສຸກ, ສ່ວນໜື່ງ ຂອງເມືອງຊະນະສົມບູນ ແລະ ສ່ວນໜື່ງຂອງປະທຸມພອນ.
- ເຂດບໍລິເວນທົ່ງພຽງລຽບແຄມແມ່ນ້ຳຂອງ, ບັນດາເກາະດອນ ກວມເອົາເມືອງຊະນະສົມບູນ, ເມືອງ ປາກເຊ, ປະທຸມພອນ, ຈຳປາສັກ, ສຸຂຸມາ, ມຸນລະປະໂມກ ແລະ ເມືອງໂຂງ.
- ບໍລິເວນດິນໂຄກ, ດິນເຊື່ອມໂຊມ ສ່ວນຫຼາຍ ແມ່ນຢູ່ບັນດາເມືອງຝັ່ງຂວາແມ່ນ້ຳຂອງ ມີເມືອງໂພນ ທອງ, ເມືອງຈຳປາສັກ, ເມືອງສຸຂຸມາ ແລະ ເມືອງມຸນລະປະໂມກ.
ນອກຈາກການແບ່ງເນື້ອທີ່ດ້ານກະສິກຳແລ້ວ ແຂວງຈຳປາສັກ ຍັງມີທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ ໂດຍໄດ້ແບ່ງເຂດທ່ອງທ່ຽວອອກເປັນ4ກຸ່ມຄື:
- ກຸ່ມທ່ອງທ່ຽວທຳມະຊາດ ແລະ ເກາະດອນ
- ກຸ່ມທ່ອງທ່ຽວວັດທະນະທຳບູຮານ
- ກຸ່ມທ່ອງທ່ຽວທຳມະຊາດພູພຽງບໍລິເວນ
- ກຸ່ມທ່ອງປະຫັວດສາດ-ວັດທະນະທຳ
Last Updated (Tuesday, 05 October 2010 07:33)


